ພະແນກວິຊາການ LGTC

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຈັດພິທີສະຫຼຸບ ແລະ ມອບຮັບປະກາສະນີຍະບັດວິຊາຊີບຊັ້ນຕົ້ນ ລະດັບ 1


ວັນທີ 27 ກັນຍາ 2024 ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີສະຫຼຸບ ແລະ ມອບຮັບປະກາສະນີຍະບັດວິຊາຊີບຊັ້ນຕົ້ນ ລະດັບ 1 ລວມມີ 3 ສາຂາຄື: ການຕິດຕັ້ງໄຟຟ້າໃນອານາຄານ, ການຕິດຕັ້ງ ແລະ ບໍລິການໄຟຟ້າອຸດສາຫະກຳ, ການຕິດຕັ້ງ-ສ້ອມແປງເຄື່ອງເຮັດຄວາມເຢັນ ແລະ ເຄື່ອງປັບອາກາດ. ໃຫ້ແກ່ຜູ້ສຳເລັດການສຶກສາ ຈຳນວນ 56 ຄົນ ຍິງ 2 ຄົນ ພາຍໃຕ້ທຶນສະໜັບສະໜູນຈາກໂຄງການ Lao-PSG, ມອບໂດຍ ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍວິທະຍາໄລເຕັກນິກລາວເຢຍລະມັນ ແລະ ມີຄະນະອຳນວຍການ, ຫົວໜ້າ-ຮອງຫົວໜ້າພະແນກ, ພາກວິຊາ ແລະ ພະນັກງານຄູອາຈານ ເຂົ້າຮ່ວມ.






Post a Comment

Previous Post Next Post